One-stop shopping for massive goods

CN.AMHUBS.COM Products sourcing & Transport From China
.The countries or regions you need

ເງື່ອນໄຂ ແລະຂໍ້ຕົກລົງການໃຫ້ບໍລິການ cn.amhubs.com

(ອັບເດດລ່າສຸດວັນທີ 19/05/2020)

ເພື່ອຜົນປະໂຫຍດຂອງຄູ່ຄ້າ ກ່ອນສະໝັກບັນຊີຜູ່ໃຊ້ ແລະໃຊ້ບໍລິການຊ່ວຍຈັດຊື້ໃນ cn.amhubs.com ແນະນໍາໃຫ້ອ່ານ ແລະເຂົ້າໃຈເຖິງລາຍລະອຽດຕໍ່ໄປນີ້

ຖ້າລູກຄ້າສະໝັກບັນຊີຜູ່ໃຊ້ cn.amhubs.com ຖືວ່າໄດ້ຮັບຮູ້ ແລະຍອມຮັບ ຂໍ້ຕົກລົງ ແລະ ເງື່ອນໄຂຕ່າງໆ ລຸ່ມນີ້:

ຄໍາອະທິບາຍ

  • ບໍລິການຕົວແທນຊ່ວຍຈັດຊື້ຈາກຈີນ: cn.amhubs.com ໃຫ້ບໍລິການສະໜອງເຊື່ອມຂໍ້ມູນສິນຄ້າກັບແຟດຟອມ ຫຼື ເວັບໄຊຂາຍອອນລາຍ ຢູ່ຈີນ ໂດຍທີ່ຂໍ້ມູນສິນຄ້າທັງໝົດໃນລະບົບຕົວແທນຊ່ວຍຈັດຊື້ຈາກຈີນ ແມ່ນມາຈາກ ແລະ ຖືກອັບເດດຕາມຕົວຈິງຈາກ Taobao.com Tmall.com 1688.com Jd.com Alibaba.com ແລະ ຈາກໂຮງງານໂດຍກົງ, ເພື່ອໃຫ້ຜູ່ຊື້ທີ່ຢູ່ນອກປະເທດຈີນໄດ້ສັ່ງຊື້ ໂດຍຜ່ານລະບົບຕົວແທນຊ່ວຍຈັດຊື້ພວກເຮົາທໍາການຈັດຊື້ຈາກຮ້ານຄ້າຈາກແຟດຟອມ ຫຼື ເວັບໄຊຕາມລາຍການທີ່ສັ່ງຊື້ ຫຼັງຈາກຊໍາລະເງິນຄ່າສິນຄ້າແລ້ວ, ພ້ອມທັງດໍາເນີນຈັດສົ່ງກ່ອງສິນຄ້າໄປໃຫ້ຜູ່ຊື້ຜ່ານບໍລິສັດຂົນສົ່ງທີ່ເປັນຄູ່ຮ່ວມທຸລະກິດກັບພວກເຮົາ ພ້ອມທັງອັບເດດການຂົນສົ່ງຂອງສິນຄ້າຈາກຈີນ ໄປຍັງປະເທດປາຍທາງໃນລະບົບຕົວແທນຊ່ວຍຈັດຊື້ນີ້ ເພື່ອໃຫ້ຜູ່ທີ່ສັ່ງຊື້ກັບພວກເຮົາອັບເດດສະຖານະຄໍາສັ່ງຊື້ໄດ້.

  • ບໍລິການຕົວແທນຊ່ວຍຂົນສົ່ງ: cn.amhubs.com ໃຫ້ບໍລິການຊ່ວຍຂົນສົ່ງສິນຄ້າຈາກຈີນ ໂດຍທີ່ໃຫ້ສະມາຊິກສ້າງລາຍການສິນຄ້າທີ່ສົ່ງມາຈາກຈີນໃນລະບົບ cn.amhubs.com ເພື່ອຂົນສົ່ງກ່ອງສິນຄ້າໄປຍັງປະເທດປາຍທາງ ເຊິ່ງສະມາຊິກສາມາດຕິດຕາມສະຖານະກ່ອງເຄື່ອງ ແລະລາຍການສິນຄ້າໃນກ່ອງ ເມືອກ່ອງສິນຄ້າຮອດສາງ ແລະສາມາດສ້າງແພັກໄດ້ ເພື່ອອອກບິນຂົນສົ່ງທໍາການຈັດສົ່ງໄປຍັງທີ່ຢູ່ຮັບເຄື່ອງທີ່ລະບຸຕອນສ້າງແພັກ ຫຼື ໃນບິນຈົນສົ່ງ;

  • Tmall.com: ເປັນໜຶ່ງໃນບໍລິການຂອງTaobao.com ແລະ ຂໍ້ມູນສິນຄ້າຈະມີຢູ່ປົນກັບ Taobao.com ເຊິ່ງເປັນສິນຄ້າຂາຍໂດຍບໍລິສັດ ຫຼື ແບຣນ ທີ່ມີການກວດສອບ ແລະ ຢີນຢັນເອກະສານ ຄວາມເຊື່ອໝັ້ນໂດຍ ກຸ່ມບໍລິສັດ Alibaba Group ເຊິ່ງບໍ່ມີລະດັບຂອງຜູ້ຂາຍ ຫຼື ເອິ້ນວ່າ B2C, ສ່ວນຫຼາຍສິນຄ້າຈາກຮ້ານຄ້າທີ່ເປັນ Tmall.com ຈະເປັນສິນຄ້າທີ່ຮັບປະກັນໄດ້ວ່າເປັນຂອງມີຄຸນນະພາບ ຫຼື ຂອງແທ້ທັງໝົດ.
  • 1688.com: ເປັນແຟດຟອມ ຫຼື ເວັບໄຊ ແລກປ່ຽນຊື້-ຂາຍກັນລະຫວ່າງໂຮງງານຜູ້ຜະລິດ ແລະ ຜູ້ໄປຂາຍຕໍ່ ຫຼື B2B ທີ່ໃຫຍ່ທີ່ສຸດໃນຈີນ ເຊິ່ງມີຜູ້ຜະລິດ ຫຼື ຜຸ້ສະໜອງຈາກທົ່ວໄປເທດຈີນ ມາລົງຂາຍວັດຖຸດິບ, ເຄື່ອງຈັກ ຫຼື ສິນຄ້າຂາຍສົ່ງຈໍານວນຫຼາຍໃຫ້ຜູ່ທີ່ຈະເອົາໄປປະກອບການ ຫຼື ໄປຂາຍຕໍ່ໃນ Taobao.com ຫຼື ອື່ນໆ, ເຊິ່ງສິນຄ້າໃນນີ້ເປັນສິນຄ້າທີ່ເປັນພາສາຈີນທີ່ຜະລິດ ຫຼື ຂາຍສໍາລັບຄົນຈີນສະເພາະ. ລາຄາສິນຄ້າສ່ວນໃຫຍ່ຈະປັບພາຍໃນເດືອນ1 ຫຼື ຕາມສະພາບຂອງຜູ້ສະໜອງຕົວຈິງ.
  • Jd.com: ເປັນເວທີ ຫຼື ເວັບໄຊຂາຍເຄື່ອງອອນລາຍໃຫ້ຜູ້ຊົມໃຊ້ທົ່ວໄປ ຫຼື B2C ເຊິ່ງມີການກວດເຄັ່ງໃນດ້ານຄຸນນະພາບສິນຄ້າໄດ້ດີທີ່ສຸດໃນຈີນ ແລະ ເປັນສ່ວນໜຶ່ງຂອງບໍລິສັດທີ່ສ້າງ Wechat ເຊິ່ງເປັນຄູ່ແຂ່ງ ກັບ Alibaba Group.
  • Alibaba.com: ເປັນເວທີ ຫຼື ເວັບໄຊ ແລກປ່ຽນຊື້-ຂາຍກັນລະຫວ່າງໂຮງງານຜູ້ຜະລິດ ແລະ ຜູ້ໄປຂາຍຕໍ່ ຫຼື B2B ທີ່ໃຫຍ່ທີ່ສຸດໃນໂລກ ແລະ ເບິ່ງບໍລິການທໍາອິດຂອງ Alibaba Group ເຊິ່ງມີຜູ້ຜະລິດ ຫຼື ຜຸ້ສະໜອງຈາກທົ່ວທຸກມູມໂລກ(ແຕ່ສ່ວນຫຼາຍແມ່ນຈາກຈີນ), ວັດຖຸດິບ ຫຼື ສິນຄ້າຈໍານວນຫຼາຍແມ່ນໃຫ້ຜູ້ປະກອບການ ຫຼື ຜູ້ເອົາໄປຂາຍຕໍ່ໃນ Aliexpress.com ຫຼື ອື່ນໆ, ເຊິ່ງສິນຄ້າໃນນີ້ເປັນສິນຄ້າທີ່ເປັນພາສາກົນທີ່ສ້າງຂຶ້ນເພື່ອສົ່ງອອກສະເພາະທົ່ວໂລກ.
  • ບັນຊີຜູ່ໃຊ້: ບັນຊີສ່ວນຕົວທີ່ສະໝັກເປັນສະມາຊິກ cn.amhubs.com ໂດຍໃຊ້ ອີເມວ ແລະລະຫັດຜ່ານ ເຂົ້າລະບົບ cn.amhubs.com ເພື່ອໃຊ້ລະບົບ cn.amhubs.com;
  • ສະມາຊິກ: ໝາຍເຖິງບັນຊີຜູ່ໃຊ້ທີ່ໄດ້ສະໝັກເປັນສະມາຊິກ cn.amhubs.com ເຊິ່ງມີສິດນໍາໃຊ້ລະບົບຜູ່ໃຊ້ ແລະໃຊ້ບໍລິການກັບ cn.amhubs.com;
  • ຄູ່ຄ້າ: ໝາຍເຖິງຜູ່ໃຊ້ທີ່ສະໝັກເປັນສະມາຊິກທີ່ເຂົ້າໃຈເຖິງຮູບແບບ, ເງື່ອນໄຂ ແລະ ສາມາດສັ່ງຊື້ສິນຄ້າ, ຕິດຕາມ, ຊໍາລະເງິນ, ຂໍຖອນເງິນ ແລະອື່ນໆ ຂອງລະບົບ cn.amhubs.com ເປັນຢ່າງດີ;
  • ຜູ່ຊື້: ໝາຍເຖິງຜູ່ທີ່ສັ່ງຊື້ສິນຄ້າຈາກແຟດຟອມ ຫຼື ເວັບໄຊຊື້-ຂາຍອອນລາຍຕ່າງ ໂດຍສ້າງຄໍາສັ່ງຊື້ຢ່າງຖືກຕ້ອງ, ຖ້າ cn.amhubs.com ສັ່ງຊື້ສິນຄ້າໃຫ້ຄູ່ຄ້າຖືວ່າ cn.amhubs.com ເປັນຜູ່ຊື່;
  • ຜູ່ຂາຍ: ໝາຍເຖິງຜູ່ທີ່ເປີດຮ້ານຂາຍສິນຄ້າໃນລະບົບແຟດຟອມ ຫຼື ເວັບໄຊຊື້-ຊາຍອອນລາຍ ຕ່າງໆ ທີ່ມີສິນຄ້າຂາຍ ແລະສາມາດຮັບຄໍາສັ່ງຊື້, ຈັດສົ່ງສິນຄ້າໃຫ້ ຜູ່ຊື້ໄດ້;
  • ສິນຄ້າ ຫຼື ເຄື່ອງ: ໝາຍເຖິງເຄື່ອງອຸປະໂພກບໍລິໂພກຕ່າງໆ ທີ່ຂາຍໂດຍຜູ່ຂາຍເປີດຮ້ານຄ້າສະແດງຜົນໃນລະບົບແຟດຟອມ ຫຼື ເວັບໄຊຊື້-ຊາຍອອນລາຍ ຕ່າງໆ;
  • ຮ້ານຄ້າ: ໝາຍເຖິງຜູ່ຂາຍໄດ້ເປີດຮ້ານຄ້າອອນລາຍໃນແຟດຟອມ ຫຼື ເວັບໄຊຊື້-ຂາຍ ໃນຈີນ ເຊິ່ງມີສິນຄ້າໃນຮ້ານໃນຮ້ານຄ້າອອນລາຍເພື່ອໃຫ້ຜູ່ຊື້ສັ່ງຊື້ໃນລະບົບແຟດຟອມ ຫຼື ເວັບໄຊຊື້-ຂາຍ ໃນຈີນໄດ້;
  • ກ່ອງສິນຄ້າ ຫຼື ກ່ອງເຄື່ອງ: ໝາຍເຖິງກ່ອງຫຸ້ມຫໍ່ໂດຍສ້າງແພັກໂດຍຮ້ານຄ້າ, ສາງຮັບສິນຄ້າ ແລະ ບໍລິສັດຂົນສົ່ງ ຫຸ້ມຫໍ່ໃຫ້ແຂງແກ່ນປ້ອງກັນບໍ່ໃຫ້ແຕກຫັກ ແລະລະບຸເຈົ້າຂອງສິນຄ້າໃນກ່ອງ;
  • ບິນສັ່ງຊື້: ໝາຍເຖິງຜູ່ຊື້ຕ້ອງການສັ່ງຊື້ສິນຄ້າ ແລະສ້າງບິນລາຍການສັ່ງຊື້ສິນຄ້າໃນລະບົບແຟດຟອມ ຫຼື ເວັບໄຊຊື້-ຊາຍອອນລາຍ ຕ່າງໆ ເຊິ່ງດໍາເນີນການໂດຍຜູ່ຂາຍ ຫຼື ຜູ່ຈໍາໜ່າຍ ຫຼື ຕົວແທນຈັດຊື້;
  • ຂົນສົ່ງຂ້າມປະເທດ: ໝາຍເຖິງຜູ່ທີ່ຕ້ອງການໃຊ້ບໍລິການຂົນສົ່ງຂ້າມປະເທດ ໂດຍສ້າງບິນຂໍ້ມູນກ່ຽວ ເຊັ່ນ: ຊື່ສິນຄ້າ, ເລກລະຫັດຕິດຕາມ, ນໍ້າໜັກ-ຂະໜາດກ່ອງ ແລະ ອື່ນໆ ຂອງກ່ອງສິນຄ້າທີ່ຈະຂົນສົ່ງຈາກປະເທດຕົ້ນທາງມາຍັງປະເທດປາຍທາງ;
  • ແພັກເຄື່ອງ: ໝາຍເຖິງຄູ່ຄ້າສ້າງແພັກເຄື່ອງຫຼັງຈາກກ່ອງສິນຄ້າເຂົ້າສາງເຄື່ອງ ເພື່ອສ້າງບິນຂົນສົ່ງຂ້າມປະເທດ, ໂດຍ ເລືອກ ທີ່ຢູ່ຮັບເຄື່ອງ, ຊື່ ແລະ ເບີໂທຜູ່ຮັບ ໃຫ້ຄົບຖ້ວນ;
  • ບິນຂົນສົ່ງ: ໝາຍເຖິງເລືອກລາຍການສິນຄ້າທີ່ຕ້ອງການສ້າງແພັກເຄື່ອງ ໂດຍລຸ ເພື່ອອອກບິນຂົນສົ່ງໂດຍບໍລິສັດຂົນສົ່ງທີ່ໃຫ້ບໍລິການຈັດສົ່ງກ່ອງເຄື່ອງໃຫ້;
  • ສະຖານະບິນສັ່ງຊື້: ໝາຍເຖິງສະຖານະຂອງລາຍການສິນຄ້າໃນຄໍາສັ່ງຊື້, ເຊິ່ງຈະປ່ຽນໄປຕາມສະຖານະຕົວຈິງຂອງການດໍາເນີນການຂັ້ນຕອນຈັດຊື້ ແລະ ຂົນສົ່ງຕົວຈິງ;
  • ສະຖານະແພັກເຄື່ອງ: ໝາຍເຖິງສະຖານະຂອງກ່ອງເຄື່ອງທີ່ສ້າງແພັກ ທີ່ມີລາຍການສິນຄ້າຂ້າງໃນກ່ອງ ໂດຍມີບິນຂົນສົ່ງກໍາກັບສະຖານະການຈັດສົ່ງຂອງກ່ອງສິນຄ້າ;
  • ລໍຖ້າກວດສອບ: ລໍຖ້າໃຫ້ຊ່ຽວຊານຈັດຊື້ສິນຄ້າຕາມລາຍການສິນຄ້າໃນຄໍາສັ່ງຊື້ວ່າສາມາດຈັດຊື້ສິນຄ້າຈາກຮ້ານຄ້າທີ່ລະບຸໄດ້ ຖ້າບໍ່ສາມາດຈັດຊື້ໄດ້ໂດຍທຸກເຫດຜົນ ຈະຍົກເລີກທັນທີ, ຖ້າສາມາດຈັດຊື້ໄດ້ຈະປ່ຽນສະຖານະເປັນ ລໍຖ້າຊໍາລະເງິນ ເພື່ອໃຫ້ຄູ່ຄ້າຊໍາລະເງິນຄ່າສິນຄ້າ ເພື່ອທໍາການຈັດຊື້ຕໍ່ໄປ;
  • ລໍຖ້າຊໍາລະເງິນ: ໝາຍເຖິງຜ່ານການກວດສອບວ່າຈັດຊື້ໄດ້ ແລະລໍຖ້າໃຫ້ຄູ່ຄ້າຊໍາລະເງິນຄ່າສິນຄ້າທັງໝົດຂອງຄໍາສັ່ງຊື້ນັ້ນ;
  • ຊໍາລະເງິນແລ້ວ: ໝາຍເຖິງຄູ່ຄ້າໄດ້ທໍາການຊໍາລະເງິນຄ່າສິນຄ້າທັງໝົດຂອງຄໍາສັ່ງຊື້ນັ້ນແລ້ວ;
  • ຈັດຊື້ແລ້ວ: ໝາຍເຖິງຊ່ຽວຊານໄດ້ຈັດຊື້ສິນຄ້າຈາກຮ້ານຄ້າຕາມຄໍາສັ່ງຊື້ໃນລະບົບຕາມທີ່ຄູ່ຄ້າຢືນຢັນຊໍາລະເງິນແລ້ວ;
  • ສົ່ງໄປສາງຈີນ: ໝາຍເຖິງສະຖານະສິນຄ້າທີ່ຖືກຈັດສົ່ງອອກຈາກຮ້ານຄ້າໃນລະບົບແຟດຟອມ ຫຼື ເວັບໄຊ ຊື້-ຂາຍ ອອນລາຍຢູ່ຈີນ ໄປຍັງສາງຮັບເຄື່ອງຢູ່ຈີນ;
  • ເຂົ້າສາງແລ້ວ: ໝາຍເຖິງລາຍການສິນຄ້າທີ່ທໍາການກວດສອບເຂົ້າສາງແລ້ວ;
  • ສ້າງແພັກໄດ້: ໝາຍເຖິງສະຖານະລາຍການສິນຄ້າທີ່ຢູ່ໃນສາງ ແລະ ສາມາດສ້າງເລືອກລາຍການສິນຄ້າຮວມກັນບິນຂົນສົ່ງ ຫຼື ສ້າງແພັກໄດ້;
  • ຈັດສົ່ງແລ້ວ: ໝາຍເຖິງສະຖານະກ່ອງເຄື່ອງທີ່ທາງບໍລິສັດຂົນສົ່ງກໍາລັງຈັດສົ່ງກ່ອງສິນຄ້າໄປຫາທີ່ຢູ່ຮັບເຄື່ອງທີ່ລະບຸໄວ້ໃນແພັກເຄື່ອງ ຫຼື ບິນຂົນສົ່ງ;
  • ຮັບເຄື່ອງແລ້ວ: ໝາຍເຖິງສະຖານະກ່ອງເຄື່ອງທີ່ລູກຄ້າໄດ້ຮັບກ່ອງສິນຄ້າທີ່ທາງບໍລິສັດຂົນສົ່ງໄດ້ຈັດສົ່ງໄປໃຫ້ ແລະເຊັນຮັບເຄື່ອງແລ້ວ ໃຫ້ຄູ່ຄ້າຢືນຢັນຮັບກ່ອງເຄື່ອງ;
  • ຍອດເງິນບັນຊີ: ໝາຍເຖິງການບັນທຶກຍອດເຕີມເງິນເຂົ້າບັນຊີຜູ່ໃຊ້ໃນລະບົບ cn.amhubs.com ເພື່ອສະດວກໃນການຊໍາລະຄ່າຄໍາສັ່ງຊື້, ຄ່າຂົນສົ່ງ, ການສົ່ງເງິນຄືນເມື່ອບໍສາມາດສັ່ງຊື້ສິນຄ້າ ແລະລາຍລະອຽດທຸລະກໍາຕ່າງໆ, ເຊິ່ງ ຍອດເງິນບັນຊີຜູ່ໃຊ້ນີ້ແມ່ນໃຊ້ສະກຸນເງິນຢວນຈີນເປັນຫຼັກ;
  • ເຕີມເງິນ: ໝາຍເຖິງການຂໍເຕີມເງິນເຂົ້າຍອດເງິນບັນຊີຜູ່ໃຊ້ໃນລະບົບ cn.amhubs.com ເພື່ອໃຊ້ໃນການຊໍາລະເງິນຄ່າສິນຄ້າ, ຄ່າຂົນສົ່ງ ແລະຄ່າບໍລິການຕ່າງ;
  • ຖອນເງິນ: ໝາຍເຖິງການຂໍຖອນເງິນອອກຍອດເງິນບັນຊີຜູ່ໃຊ້ໃນລະບົບ cn.amhubs.com, ເຊິ່ງອີງຕາມອັດຕາແລກປ່ຽນຂອງຍອດເຕີມເງິນລ່າສຸດທີ່ຄ້າງຢູ່ທີ່ໃຊ້ເງິນຢວນເປັນຫຼັກ ໂດຍໃຫ້ລະບຸຊື່ບັນຊີ ແລະເລກບັນຊີຜູ່ຮັບເງິນໃຫ້ຖືກຕ້ອງ;
  • ອັດຕາແລກປ່ຽນ: ໝາຍເຖິງອີງຕາມເງິນຢວນຈີນເປັນຫຼັກໃນການຄິດໄລ່ອັດຕາແລກປ່ຽນສະກຸນເງິນອື່ນໃນລະບົບ cn.amhubs.com ເພື່ອສະດວກໃນການເຕີມເງິນ ແລະຖອນເງິນ;
  • ຂົນສົ່ງຂ້າມປະເທດ: ໝາຍເຖິງການຂົນສົ່ງຈາກຈີນເຂົ້າໄປປະເທດປາຍທາງຕາມຊ່ອງທາງ ຫຼື ວິທີຂົນສົ່ງຕ່າງໆ;
  • ຄ່າຂົນສົ່ງຂ້າມປະເທດ: ໝາຍເຖິງຄ່າຂົນສົ່ງຈາກຈີນໄປຍັງປະເທດປາຍທາງທີ່ກໍານົດໄວ້ໃນເວລາສ້າງແພັກ ຫຼື ບິນຂົນສົ່ງ ເຊິ່ງຈະລວມເຖິງຄ່າຂົນສົ່ງພາຍໃນປະເທດປາຍທາງຮອດບ້ານ ຫຼື ຈຸດຮັບເຄື່ອງທີ່ບໍລິສັດຂົນສົ່ງສາມາດຈັດສົ່ງໄດ້;
  • ວິທີຄິດໄລ່ຄ່າຂົນສົ່ງ: ໝາຍເຖິງສູດຄິດໄລ່ຄ່າຂົນສົ່ງຕາມນໍ້າໜັກ ແລະຂະໜາດບໍລິມາດກ່ອງສິນຄ້າຕົວຈິງໂດຍອີງຕາມວິທີຄິດໄລ່ຕາມສູດສາກົນ.


  1. ເງື່ອນໄຂ ແລະຂໍ້ຕົກລົງຫຼັກໃນການສັ່ງຊື້ສິນຄ້າ

cn.amhubs.com ເປັນຕົວກາງ ຫຼື ຜູ່ຊ່ວຍໃນການສັ່ງຊື້ສິນຄ້າຈາກຈີນເທົ່ານັ້ນ, ດັ່ງນັ້ນ ພວກເຮົາບໍ່ສາມາດຮັບຜິດຊອບຕໍ່ຄວາມເສຍຫາຍໃນກໍທີ່ເກີດຈາກຮ້ານຄ້າຈີນ ແລະໂຮງງານຈີນ ເຊັ່ນ: ຜິດສີ, ຜິດຂະໜາດ, ຜິດແບບ, ຄຸນນະພາບບໍ່ດີ, ຊິ້ນສ່ວນບໍ່ຄົບ ແລະອື່ນໆ, ແຕ່ພວກເຮົາຈະຊ່ວຍປະສານງານກັບທາງຈີນໃຫ້ເພຶ່ອຄວາມສະກວດແກ່ຄູ່ຄ້າໃນທຸກໆ ດ້ານ ລວມເຖິງ:

  • ການສອບຖາມກ່ອນສັ່ງຊື້, ສອບຖາມເຈລະຈາສັ່ງຜະລິດ, ສອບຖາມຄ່າເສຍຫາຍຈາກທາງຈີນ, ເອົາເງິນຄືນຄ່າສິນຄ້າ ເຊິ່ງພວກເຮົາຈະຊ່ວຍປະສານງານ ແລະດູແລຄູ່ຄ້າຢ່າງເຕັມທີ່ຕາມຂັ້ນຕອນໃຫ້ເສັດສົມບູນ.

ກໍລະນີສິນຄ້າສູນຫາຍຊ່ວງຂົນສົ່ງ cn.amhubs.com ມີນະໂຍບາຍຊົດໃຊ້ຄ່າເສຍຫາຍທັງໝົດ ໃນກໍລະນີ້ມູນລະຄ່າສິນຄ້າບໍ່ເກີນ 100¥, ຖ້າລູກຄ້າຕ້ອງການຮັບປະກັນສິນຄ້າແມ່ນຕ້ອງຊື້ປະກັນໄພ 5% ຂອງມູນຄ່າສິນຄ້າ.

cn.amhubs.com ເປັນຕົວກາງໃນການແກ້ໄຂບັນຫາກ່ຽວກັບການຈັດຊື້ລະຫວ່າງຮ້ານຄ້າຢູ່ຈີນ ແລະຜູ່ສັ່ງຊື້ຢູ່ປະເທດປາຍທາງ, ຊ່ວຍຈັດຊື້, ປະສານງານ, ຕອບໂຈດການຂົນສົ່ງຂ້າມປະເທດ ແລະໃຫ້ໃຊ້ລະບົບອັບເດດຕິດຕາມສະຖານະການສັ່ງຊື້.

cn.amhubs.com ມີຂັ້ນຕໍ່າການສັ່ງຊື້ຈາກຈີນ ຫຼື taobao.com/tmall.com 1688.com ກັບ cn.amhubs.com ຄື ສິນຄ້າຈາກຮ້ານຄ້າມີຍອດສັ່ງຂື້ຕໍ່າກວ່າ 100¥ ຈະເພີ່ມລາຄາສິນຄ້າ5¥.

  1. ຂໍ້ຕົກລົງກ່ຽວກັບຄຸນນະພາບສິນຄ້າບໍ່ກົງຕາມຄວາມຕ້ອງການຂອງຄູ່ຄ້າ

ສິນຄ້າໃນເວັບໄຊຈີນແຕ່ລະເວັບໄຊອາດຈະໃຊ້ຮູບພາບຄືນກັນ ແຕ່ລາຄາຕ່າງກັນ ເນື່ອງຈາກແຕ່ລະຮ້ານຄ້າໃຊ້ວັດຖຸດິບແຕກຕ່າງກັນ ເຮັດຄຸນນະພາບ ແລະລາຄາຕ່າງກັນ cn.amhubs.com ແນະນໍາຄູ່ຄ້າພິຈາລະນາ ແລະສຶກສາລາຍລະອຽດໃຫ້ດີກ່ອນຕັດສິນໃຈສັ່ງຊື້, ບາງຮ້ານຄ້າມີການລົງຮູບເພື່ອການໂຄສະນາເທົ່ານັ້ນສິນຄ້າຕົວຈິງອາດຈະບໍ່ກົງກັບຮູບສິນຄ້າໃນເວັບໄຊ ແລະ cn.amhubs.com ບໍ່ສາມາດຢືນຢັນໄດ້ວ່າຈະເປັນຂອງແທ້ ຫຼື ຂອງປອມ ແລະ ບໍ່ສາມາດຢືນຢັນຄຸນນະພາບ ຫຼືການຜິດພ້ຽນຂອງສີ ແລະແບບ ໂດຍສະເພາະແມ່ນເນື້ອຜ້າ ລາຍຜ້າ ຮູບພາບອາດຈະມີການປັບແສງ ປັບສີ ແລະ ຕົກແຕ່ງຮູບພາບ ເພື່ອໃຫ້ອອກມາສວຍງາມ, ດັ່ງນັ້ນສິນຄ້າທີ່ຄູ່ຄ້າໄດ້ຮັບນັ້ນ cn.amhubs.com ບໍ່ສາມາດຮັບປະກັນໄດ້ວ່າຈະຄືກັບຕາມຮູບ 100%.

  1. ຂໍຕົກລົງກ່ຽວກັບກໍລະນີທີ່ໄດ້ຮັບສິນຄ້າຜິດສີ/ຜິດຂະໜາດ/ຜິດແບບ

ກໍລິນີໄດ້ຮັບສິນຄ້າຜິດສີ ຜິດຂະໜາດ ຜິດແບບ ແລະອື່ນໆ ແຕ່ທາງ cn.amhubs.com ໄດ້ຈັດສັ່ງຊື້ໃຫ້ຖືກຕ້ອງຕາມຂໍ້ມູນທີ່ລູກຄ້າສ້າງບິນຄໍາສັ່ງຊື້ໃນລະບົບແລ້ວ, cn.amhubs.com ພວກເຮົາຈະບໍ່ຮັບປ່ຽນຄືນ ຫຼື ຮັບຜິດຊອບໃດໆ ນອກຈາກເປັນຄວາມຜິດທີ່ເກີດຂຶ້ນຈາກ cn.amhubs.com ເທົ່ານັ້ນ, ແຕ່ cn.amhubs.com ຈະເຮັດໜ້າທີ່ສອບຖາມຮ້ານຄ້າໃຫ້ ຫາກຮ້ານຄ້າບໍ່ຮັບຜິດຊອບໃນສ່ວນນີ້ cn.amhubs.com ຂໍແຈ້ງໃຫ້ຊາບ ທາງ cn.amhubs.com ບໍ່ຮັບຜິດຊອບແທນຮ້ານຄ້າ ຫຼື ໂຮງງານຈີນໄດ້ເຊັ່ນກັນ. 

  1. ກົດລະບຽບການຊ່ວຍຈັດຊື້

ການຊ່ວນຈັດຊື້ຄືກາການສັ່ງຊື້ ຫຼື ຈອງສິນຄ້າລ່ວງໜ້າ ທາງ cn.amhubs.com ບໍ່ມີສິນຄ້າເກັບ ຫຼື ສະຕ໊ອກໄວ້ທີ່ສາງ,  ຈະຮັບບິນສັ່ງຊື້ຈາກຄູ່ຄ້າ ຈາກນັ້ນຈະດໍາເນີນການສັ່ງຊື້ສິນຄ້າໄປທາງຮ້ານຄ້າທີ່ຈີນ ເພາະວ່າ ເປັນແຄ່ຕົວກາງໃນການສັ່ງຊື້ເທົ່ານັ້ນ ແລະຈະທໍາການສັ່ງຊື້ສິນຄ້າຕາມລິ້ງ URL ສິນຄ້າທີ່ລູກຄ້າສ້າງຄໍາສັ່ງຊື້ໃນລະບົບເຂົ້າມາ,     ຈະບໍ່ສາມາດກວດເບິ່ງ ແລະເຫັນສິນຄ້າຕົວຈິງ ເນື່ອງຈາກວ່າ cn.amhubs.com ຈະກວດສອບສິນຄ້າຈາກໝາຍເລກ Tracking No. (ເລກຕິດຕາມກ່ອງພັດສະດຸໃນຈີນ) ທີ່ຮ້ານຄ້າທາງຈີນໃຫ້ມາ ໂດຍບໍ່ໄດ້ເປີດ ຫຼືກວດສິນຄ້າໃຫ້ລູກຄ້າໄດ້ ຍົກເວັ້ນໃນກໍລະນີສິນຄ້າມາເຖິງປາຍທາງແລ້ວບໍ່ມີເລກ Tracking No. ທາງເຮົາຈະກວດສອບຖ້າຫາກບໍ່ຮູ້ວ່າສິນຄ້ານັ້ນ ເປັນສິນຄ້າຂອງຄູ່ຄ່າທ່ານໃດ ແລະ ຖ້າຜູ່ໃຊ້ເລືອກບໍລິການເສີມຖ່າຍຮູບສິນຄ້າໃຫ້ cn.amhubs.com ຈະກວດສອບ ແລະແກະກ່ອງສິນຄ້າຖ່າຍຮູບລົງລະບົບຕາມລາຍການໃນລະບົບໃຫ້.

  1. ຂໍ້ຕົກລົງກ່ຽວກັບເລື່ອງໄລຍະເວລາທີ່ຄູ່ຄ້າຈະໄດ້ຮັບສິນຄ້າ

ການທີ່ລູກຄ້າຈະໄດ້ຮັບສິນຄ້າຊ້າ ຫຼື ໄວແມ່ນຂຶ້ນກັບຄີວໃນການສັ່ງຊື້ຂອງຄູ່ຄ້າ ແລະຄວາມຊ້າ ຫຼື ຄວາມໄວຂອງຮ້ານຄ້າ ໃນການຕອບກັບ ຫຼື ຈັດສົ່ງສິນຄ້າໄວເທົ່າໃດ.

ຊ່ວງເທດສະການ ວັນຢູດ ຮ້ານຄ້າທີ່ຈີນສົ່ງສິນຄ້າໃຫ້ຜິດທີ່ ລວມເຖິງ ການລັກລອບ ລົດເພ ລົດປິ້ນ ໄພທໍາມະຊາດ ການກວດເຄື່ອງເຄັ່ງຂອງດ່ານພາສີ (ສໍາລັບສິນຄ້າທີ່ມີແບຣນແນມ) ອາດຈະລ່າຊ້າໄປພ້ອມກັນ, ເນື່ອງຈາກທາງເຮົາຕ້ອງໃຊ້ເວລາໃນການຈັດການ ແລະຕິດຕາມສິນຄ້າ ດັ່ງນັ້ນຫາກຄູ່ຄ້າທ່ານໃດຕ້ອງການໃຊ້ສິນຄ້າດ່ວນ ທາງເຮົາບໍ່ແນະນໍາ ໃຫ້ຊ່ວຍຈັດຊື້ ແລະ ທາງຄູ່ຄ້າຈະບໍ່ສາມາດຂໍຄືນເງິນໄດ້ ຫາກສິນຄ້າສູນຫາຍລະຫວ່າງການຂົນສົ່ງຈາກຮ້ານຄ້າ ຫຼື ໂຮງງານມາທີ່ໂກດັງຂອງເຮົາທີ່ຈີນ ເນື່ອງຈາກພວກເຮົາໄດ້ທໍາການສັ່ງຊື້ໄປແລ້ວ ທາງ cn.amhubs.com ກໍບໍ່ສາມາດຮັບຜິດຊອບໃນສ່ວນນີ້ໄດ້ ເພາະເຫດຜົນດັ່ງກ່າວບໍ່ແມ່ນຄວາມຮັບຜິດຊອບຂອງ cn.amhubs.com.

ຄູ່ຄ້າຕ້ອງສ້າງແພັກເຄື່ອງເພື່ອເລືອກລາຍການສິນຄ້າທີ່ຕ້ອງການແພັກຮວມກັນສົ່ງອອກຈາກສາງຈີນໄປທີ່ຢູ່ຮັບເຄື່ອງ, ຖ້າຄູ່ຄ້າບໍ່ສ້າງແພັກເຄື່ອງ ແລະ ຊໍາລະຄ່າຂົນສົ່ງຈາກຈີນແລ້ວ ຈະຄິດໄລ່ເກັບຄ່າຝາກສາງເປັນການບໍລິການເສີມ ແລະຖ້າເກີນ 30ມື້ນັບຈາກວັນທີສິນຄ້າເຂົ້າເຖິງສາງປາຍທາງ ຖືວ່າຄູ່ຄ້າຍິນຍອມໃຫ້ທາງ cn.amhubs.com ສາມາດນໍາສິນຄ້າໄປຂາຍເພື່ອນໍາມາຊົດເຊຍກັບຄ່າຂົນສົ່ງສິນຄ້າ ຫຼືຄ່າໃຊ້ຈ່າຍທີ່ຄູ່ຄ້າຄ້າງຊໍາລະ.

ຫາກຄູ່ຄ້າມີການສ້າງບິນຄໍາສັ່ງຊື້ໃນລະບົບ cn.amhubs.com ພ້ອມທັງໂອນເຂົ້າມາຊໍາລະເງິນຄ່າສິນຄ້າແລ້ ທາງເຮົາຈະຖືວ່າຄູ່ຄ້າໄດ້ຍອມຮັບເງື່ອນໄຂການບໍລິການຂອງ cn.amhubs.com ທີ່ກໍານົດໄວ້

  1. ເງື່ອນໄຂກ່ຽວກັບການຄິດໄລ່ ແລະເກັບຄ່າຂົນສົ່ງຈາກຈີນ

ວິທີຄິດໄລ່ຄ່າຂົນສົ່ງແມ່ນອີງຕາມນໍ້າໜັກ ແລະບໍລິມາດກ່ອງສິນຄ້າຕົວຈິງ, ໃນນີ້ຈະມີນໍ້າໜັກທຽບບໍລິມາດເຊິ່ງການຄໍານວນແມ່ນອີງຕາມການຄິດໄລ່ຕາມຂົນສົ່ງຂ້າມປະເທດ ສໍາລັບເຄື່ອງຍ່ອຍ ແລະ ເຄື່ອງໃຫຍ່, ເຊິ່ງນໍ້າໜັກຕົວຈິງ ແລະ ນໍ້າໜັກທຽບບໍລິມາດ ນໍ້າໜັກໃດສູງກວ່າຈະໃຊ້ນໍ້າໜັກນັ້ນໃນການຄິດໄລ່ຄ່າຂົນສົ່ງ ແລະ ເຂົ້າໃຊ້ເຄື່ອງມືການຄິດໄລ່ຄ່າຂົນສົ່ງຈາກຈີນເຂົ້າໄປທີ http://m.cn.amhubs.com/#/setting/Estimate

ຖ້າກ່ອງສິນຄ້າຫາກມີການເກັບຄ່າຂົນສົ່ງພາຍໃນຈີນເພີ່ມ ແລະ ຄ່າໃຊ້ຈ່າຍເພີ່ມໃນລະຫວ່າງການຮັບ ແລະຂົນສົ່ງ ໂດຍສະເພາະແມ່ນໃຫຍ່ທີ່ມີນໍ້າໜັກເກີນ 500Kg ຫຼື ບໍລິມາດເກີນ 2 ແມັດກ້ອນ ຈະມີຄ່າຍົກເຄື່ອງ, ຝາກສາງ ແລະອື່ນໆ ພວກເຮົາຈະຈະແຈ້ງໄປຫາຄູ່ຄ້າ ແລະຄູ່ຄ້າຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍຕາມຕົວຈິງ.

  1. ເງື່ອນໄຂ ແລະຂໍ້ຕົກລົງອື່ນໆ

  1. ກ່ຽວກັບບັນຊີຜູ່ໃຊ້ໃນລະບົບ cn.amhubs.com

  • ສະໝັກບັນຊີຜູ່ໃຊ້ບໍ່ເສຍຄ່າທຳນຽມໃດໆ;

  • ເພື່ອສະດວກໃນບໍລິການ, ການປ້ອນຂໍ້ມູນສະໝັກບັນຊີຜູ່ໃຊ້ ເຊັ່ນ:ຊື່ຜູ່ໃຊ້, ທີ່ຢູ່ອີເມວ, ເບີໂທ, ທີ່ຢູ່ຮັບເຄື່ອງ ແລະ ຂໍ້ມູນອື່ນໆທີ່ຈໍາເປັນຂອງສະມາຊິກ ຕ້ອງຊັດເຈນ, ໃຊ້ງານໄດ້ ແລະ ຖືກຕ້ອງ;

  • ຖ້າຂໍ້ມູນສະມາຊິກລູກຄ້າທ່ານໃດໃຊ້ງານບໍ່ໄດ້ ຫຼື ບໍ່ຕົງກັບຄວາມເປັນຈິງ ເຮັດໃຫ້ການບໍລິການເກີດຄວາມເສຍຫາຍ cn.amhubs.com ຈະບໍ່ຮັບຜິດຊອບຕໍ່ຄ່າເສຍຫາຍໃດໆ ແລະ cn.amhubs.com ມີສິດຢຸດໃຫ້ບໍລິການແກ່ສະມາຊິກນັ້ນໄດ້ເລີຍ;

  • ຖ້າຂໍ້ມູນຜູ່ໃຊ້ມີການປ່ຽນແປງກະລຸນາແກ້ໄຂຂໍ້ມູນສະມາຊິກລູກຄ້າໃນລະບົບໃຫ້ທັນເວລາ;

  • ຜູ່ໃຊ້ອະນຸຍາດໃຫ້ cn.amhubs.com ສົ່ງຂໍ້ມູນໃຫ້ອີເມວລູກຄ້າໄດ້ທຸກຢ່າງ ທຸກເວລາ.

  1. cn.amhubs.com ຈະຍົກເລີກບັນຊີຜູ່ໃຊ້ໃນລະບົບໃນກໍລະນີດັ່ງລຸ່ມນີ້:

  • ກະທໍາຜິດ ຫຼື ບໍ່ຍອມຮັບຕໍ່ຂໍ້ຕົກລົງ ແລະ ເງື່ອນໄຂການບໍລິການສະບັບນີ້;

  • ກະທໍາຜິດກົດໝາຍບ້ານເມືອງ,  ກົດລະບຽບສາກົນ ແລະ ກົດລະບຽບການບໍລິການທາງອິນເຕີເນັດ;

  • ໃສ່ຮ້າຍ, ພະຍາຍາມບຸກລຸກ ເວັບໄຊ cn.amhubs.com ໃນທາງກົງ, ທາງອ້ອມ, ແບບບັງເອີນ, ແບບພິເສດ ແລະ ອື່ນໆ, ສ້າງຄວາມເສຍຫາຍແກ່ຊື່ສຽງ ແລະ ຜົນປະໂຫຍດຂອງບໍລິສັດ, cn.amhubs.com ຈະເກັບກໍາຫຼັກຖານ ແລະ ຮ້ອງຟ້ອງຄ່າເສຍຫາຍທີ່ເກີດຈາກການໃສ່ຮ້າຍນີ້ທາງກົດໝາຍ;

  • ເອົາບັນຊີສະມາຊິກແລກປ່ຽນ ຫຼື ມອບໃຫ້ຜູ້ອື່ນໃຊ້ ຫຼື ໃຊ້ຮ່ວມກັນ ເກີດມີຄວາມເສຍຫາຍ;

  • ໄດ້ບັນຊີສະມາຊິກຈາກການໂຈມຕີລະບົບລະຫັດຜ່ານ, ຕົວະຕົ້ມ ແລະ ພຶດຕິກໍາທີ່ບໍ່ຖືກຕ້ອງອື່ນໆ;

  • ບໍ່ຊໍາລະໜີ້ສິນສິນຕາມກົດລະບຽບຂອງເວັບໄຊ.

  1. ສິນຄ້າທີ່ຢູ່ເໜືອຄວາມຮັບຜິດຊອບຂອງ cn.amhubs.com ແລະ ບໍ່ຮັບຜິດຊອບທຸກກໍລະນີ:

  • ສິນຄ້າເສຍຫາຍຈາກຫຸ້ມຫໍ່ສິນຄ້າ ເຮັດໃຫ້ສິນຄ້າມີຮອຍຂີດ, ບຸ້ມ, ບ້ຽວ …;

  • ສິນຄ້າເສຍຫາຍຍ້ອນໄພທໍາມາຊາດ ເຊັ່ນ: ການຂຶ້ນເຊື່ອລາ, ເປັນໝ້ຽງ, ຕົກສີ, ລະເຫຍ, ລະລາຍ ແລະ ອື່ນໆ;

  • ສິນຄ້າຜິດລິຂະສິດ ແລະຫ້າມນໍາເຂົ້າຕ່າງໆ;

  • ສິນຄ້າປະເພດແກ້ວ, ເຊຣາມິກ, ຢາງພາສຕິກ, ຫີນອ່ອນ, ສະແຕນເລດ ຫຼື ສິນຄ້າທີ່ສ່ຽງຕໍ່ການແຕກຫັກໄດ້ງ່າຍ ແລະ ສິນຄ້າປະເພດ ເຟີນີເຈີ, ງານໄມ້ ເຊິ່ງອາດມີຮອຍບຸ້ມ, ບິ່ນ, ຫັກ ຫຼື ເກີດຮອຍຂີດໃນຂະນະຂົນສົ່ງ ລວມເຖິງກ່ອງແພັກເຄື່ອງມີສະພາບບຸ້ມບ້ຽວ;

  • ສິນຄ້າປະເພດອາຫານ, ຢາ, ເຄື່ອງສໍາອາງ ໃນກໍລະນີເສື່ອມຄຸນນະພາບ, ແຕກຫັກ ຫຼື ລະລາຍໝົດອາຍຸ;

  • ກ່ອງເຄື່ອງມີການບຸ້ມບ້ຽວເລັກໜ້ອຍເຊິ່ງມີສາຍເຫດຈະການຂົນສົ່ງ.

  1. ກ່ຽວກັບການຍົກເລີກ ແລະສົ່ງເຄື່ອງຄືນ:

  • ຫຼັງຈາກສ້າງຄໍາສັ່ງຊື້ໃນລະບົບ cn.amhubs.com ຈະລໍຖ້າກວດສອບກ່ອນ ໃນຊ່ວງກ່ອນການກວດສອບສາມາດຍົກເລີກລາຍການສິນຄ້າໄດ້ດ້ວຍຕົນເອງ;

  • ຫຼັງຈາກພວກເຮົາກວດສອບວ່າສາມາດສັ່ງຊື້ ແລະເປີດໃຫ້ຜູ່ໃຊ້ຊໍາລະເງິນແລ້ວ ຖ້າລູກຄ້າຍົກເລີກ ເກີນ 5 ຄັ້ງ cn.amhusb.com ຈະແຈ້ງເຕືອນ ແລະສາມາດປິດບັນຊີຜູ່ໃຊ້ໄດ້;

  • ຫຼັງຈາກ cn.amhubs.com ທໍາການຈັດຊື້ໄປແລ້ວ ຄູ່ຄ້າຕ້ອງການຍົກເລີກ ກ່ອນຮ້ານຄ້າຈະສົ່ງເຄື່ອງອອກໄປສາງຈີນ ສາມາດຍົກເລີກໄດ້ ແຕ່ຈະເກັບຄ່າບໍລິການຍົກເລີກ 10¥/ຄັ້ງ;

  • ຖ້າສາງໃນຈີນໄດ້ຮັບເຄື່ອງແລ້ວບໍ່ສາມາດຍົກເລີກໄດ້;

  • ຖ້າສິນຄ້າມາຮອດປາຍທາງແລ້ວພົບວ່າສິນຄ້າບໍ່ຖືກຕາມທີ່ສັ່ງໂດຍເກີດຈາກຮ້ານຄ້າສົ່ງມາຜິດນັ້ນບໍ່ສາມາດຍົກເລີກໄດ້ ແລະ ຖ້າຄູ່ຄ້າຕ້ອງການສົ່ງກັບຄືນ ພວກເຮົາຈະເກີບຄ່າບໍລິການ 10¥/ ຄັ້ງ ແລະ ຄູ່ຄ້າຕ້ອງເສຍຄ່າຂົນສົ່ງກັບຄືນໄປຈີນໃຫ້ຜູ້ຂາຍຕາມຕົວຈິງ.

  1. ຍອດເງິນບັນຊີຜູ່ໃຊ້ cn.amhubs.com

  • ຍອດເງິນບັນຊີຜູ່ໃຊ້ ໝາຍເຖິງການບັນທຶກຍອດເຕີມເງິນເຂົ້າບັນຊີຜູ່ໃຊ້ໃນລະບົບ cn.amhubs.com ເພື່ອສະດວກໃນການຊໍາລະຄ່າຄໍາສັ່ງຊື້, ຄ່າຂົນສົ່ງ, ການສົ່ງເງິນຄືນເມື່ອບໍສາມາດສັ່ງຊື້ສິນຄ້າ ແລະລາຍລະອຽດທຸລະກໍາຕ່າງໆ;

  • ຍອດເງິນບັນຊີຜູ່ໃຊ້ລະບົບ cn.amhubs.com ເທົ່າກັບຈໍານວນເງິນແທ້ຈິງຂອງສະມາຊິກນັ້ນໆ ເຊິ່ງບໍ່ສາມາດໂອນ ຫຼື ໃຫ້ຜູ້ອື່ນນໍາໃຊ້ໄດ້;

  • ຈໍານວນການສັ່ງຊື້ເກີນຈໍານວນເງິນໃນຍອດເງິນບັນຊີຜູ່ໃຊ້ລະບົບ cn.amhubs.com ແມ່ນບໍ່ສາມາດໃຊ້ເງິນນີ້ສັ່ງຊື້ໄດ້;

  • ສະມາຊິກລູກຄ້າສາມາດຂໍຖອນເງິນໄດ້ທຸກເມື່ອ, ຫຼັງຈາກວັນທີຮ້ອງຂໍຖອນເງິນພາຍໃນ 5 ມື້ cn.amhubs.com ຈະສົ່ງຄືນ ຫຼື ໂອນເຂົ້າໃຫ້ຕາມບັນຊີທີ່ຜູ້ໃຊ້ລະບຸໄວ້;

  • ການສົ່ງເງິນຄືນໃນກໍລິນີຍົກເລີກການສັ່ງຊື້ ຫຼື ສັ່ງຊື້ສິນຄ້າໃຫ້ລູກຄ້າບໍ່ໄດ້ ແມ່ນໂອນເງິນເຂົ້າໃນຍອດເງິນບັນຊີຜູ່ໃຊ້ ຂອງລູກຄ້າໃນລະບົບ cn.amhubs.com.

ເນື້ອໃນບົດຄວາມ ແລະຂໍ້ຄວາມຕ່າງໆ ໃນລະບົບ cn.amhubs.com ເປັນສ່ວນໜຶ່ງຂອງຂໍ້ຕົກລົງ ແລະເງື່ອນໄຂການບໍລິການສະບັບນີ້ ແລະ cn.amhubs.com ມີສິດປ່ຽນແປງເນື້ອໃນຕາມການບໍລິການຕົວຈິງທຸກເວລາ, ຜູ່ໃຊ້ມີໜ້າທີຕິດຕາມການປ່ຽນແປງໃນລະບົບ ຖ້າບໍ່ເຫັນດີຕາມເນື້ອໃນດັ່ງກ່າວໃຫ້ຢຸດໃຊ້ບໍລິການກັບລະບົບ cn.amhubs.com ໄດ້ທຸກເວລາ